ມື້ນີ້ (ວັນທີ 21 ມີນາ ປີ 2016), ຢູ່ສະຖາບັນຍຸດຕິທໍາແຫ່ງສະຫະພາບລັດເຊຍໄດ້ຈັດກອງປະຊຸມສໍາມະນາກ່ຽວກັບທະເລຕາ ເວັນອອກພາຍໃຕ້ຫົວຂໍ້ “ຂໍ້ພິພາດທາງ ດ້ານອານາເຂດ ແລະ ກົດໝາຍວ່າດ້ວຍສັນຕິພາບແຫ່ງຍຸກໂລກາພິວັດໃນປັດຈຸບັນ”. ກອງ ປະ ຊຸມສໍາມະນາ ໂດຍສະຖາ ບັນ ຍຸດຕິ ທໍາແຫ່ງສະຫະພາບລັດເຊຍ (ຂຶ້ນກັບສານສູງສຸດສະຫະພາບລັດເຊຍ) ເປັນເຈົ້າ ພາບຈັດຂຶ້ນ, ບັນດາພາກສ່ວນປະສານ ງານ ແມ່ນ ຄະນະກົດໝາຍລັດຖະທໍາມະນູນ ແລະ ກົດໝາຍສາກົນສະຖາບັນ ການເງິນ ແຫ່ງ ສະຫະ ພາບ ລັດເຊຍ, ຄະນະກົດ ໝາຍປຽບທຽບ ສະ ຖາບັນຂ່າວສານວິທະຍາສາດສັງຄົມ – ສະຖາບັນວິທະຍາສາດ ລັດ ເຊຍ.
ກອງປະຊຸມສຳມະນາໄດ້ຈັດຕັ້ງໃນວົງກວ້າງ, ດຶງດູດຄວາມສົນໃຈຂອງບັນດານັກວິຊາການ, ນັກຄົ້ນຄວ້າຈາກບັນດາສູນຄົ້ນຄວ້າ ໃຫຍ່ຫຼາຍແຫ່ງ ຂອງລັດເຊຍ ແລະ ສາກົນເຂົ້າຮ່ວມ ຫຼາຍກ່ວາ 100 ຄົນ. ບັນດາຊ່ຽວຊານ, ນັກວິຊາການ, ນັກຄົ້ນຄວ້າກ່ຽວກັບ ຫວຽດນາມ ຂອງລັດເຊຍ ແລະ ສາກົນໄດ້ເຂົ້າຮ່ວມໃນກອງປະຊຸມສຳມະນາຄັ້ງນີ້ ໂດຍການນຳສະເໜີຫຼາຍບົດກ່ຽວກັບບັນຫາ ທະເລຕາເວັນອອກ ແລະ ຄວາມຂັດແຍ່ງໃນຂົງເຂດ, ໄພຂົ່ມຂູ່ເຖິງຄວາມສະຫງົບ, ສັນຕິພາບໂລກ.
ເຂົ້າຮ່ວມກອງປະຊຸມສຳມະນາ, ນອກຈາກຜູ້ນຳຂອງບັນດາຫົວໜ່ວຍຈັດຕັ້ງ, ຫົວໜ່ວຍປະສານງານໃນການຈັດຕັ້ງກອງປະຊຸມ ສຳມະນາ ຍັງມີທີ່ປຶກສາຂອງສະຖານທູດບັນດາປະເທດ ອີຣານ, ສາທາລະນະລັດ ໄຊປະຣັດ, ສາທາລະນະລັດ ອາເຊີໄບຈັນ ປະ ຈຳຢູ່ສະຫະພາບລັດເຊຍ, ປະທານອົງການພັນທະມິດສາກົນ “ຫົວໜ້າສະມາຄົມໂລກ” (ອົງການທີ່ຫ້ອງການປະທານາທິບໍດີ ສະຫະພາບລັດເຊຍສ້າງຕັ້ງ), ຕາງໜ້າຜູ້ປະຈຳການປະເທດສາທາລະນະລັດ, ເຂດປົກຄອງຕົນເອງ, ແຂວງ, ຕົວເມືອງໃຫຍ່ ທີ່ ຂຶ້ນ ກັບສະຫະພາບລັດເຊຍຈຳນວນໜຶ່ງ, ຕ່າງໜ້າຫ້ອງການສະພາແຫ່ງສະຫະພາບລັດເຊຍ, ຕາງໜ້າໄອຍະການສູງສຸດແຫ່ງ ສະ ຫະ ພາບ ລັດເຊຍ, ຕ່າງໜ້າຄະນະກຳມະການທີ່ຂຶ້ນກັບຄະນະການປົກຄອງກຸງມອດໂກຈຳນວນໜຶ່ງ ແລະ ຕ່າງໜ້າບັນດາ ສຳນັກຂ່າວ ໃຫຍ່ ຫຼາຍແຫ່ງຂອງລັດເຊຍ…
ກອງປະຊຸມໃຫ້ເວລາສວ່ນຫຼາຍເພື່ອປຶກສາກາລືກ່ຽວກັບການຍາດແຍ່ງຢູ່ຂົງເຂດທະເລຕາເວັນອອກ, ເອົາໃຈໃສ່ຍົກອອກບັນດາເຫດການເກີດຂຶ້ນໃໝ່ກ່ວາໝູ່ທີ່ມີການກ່ຽວຂ້ອງຕໍ່ບັນດາການກະທຳຜິດກົດໝາຍຂອງຈີນຄື ກໍ່ສ້າງທາງເຮືອບິນ, ຈັດຕັ້ງບິນທົດລອງ, ຕິດຕັ້ງລະບົບລູກສອນໄຟດິນປ້ອງກັນອາກາດຢູ່ເກາະທີ່ກຳລັງຍາດແຍ່ງຈຳນວນໜຶ່ງ…ບັນດາການປະ ກອບຄຳເຫັນໄດ້ວພິຈາລະນາຢ່າງເລິກເຊິ່ງບັນດາເຫດຜົນ, ປັດໃຈປະຫວັດສາດ, ສາພາບການຍາດແຍ່ງໃນປັດຈຸບັນຢູ່ທະເລຕາເວັນອອກ, ຄາດຄະເນບັນດາການກະທຳຕໍ່ໄປຂອງຈີນໃນກົນອຸບາຍຢືດຄອງທະເລຕາເວັນອອກພຽງຜູ້ດຽວ ແລະ ສະເໜີມາດຕະການແກ້ໄຂບັນຫານີ້. ນັກວິຊາການໝົດທຸກຄົນລວ້ນແຕ່ຢືນຢັນຄວາມເປັນຫ່ວງກ່ຽວກັບເຫດການເກີດຂຶ້ນທີ່ສະພາບຈະສືບຕໍ່ມີຄວາມເຄັ່ງຕຶງຖ້າຈີນຍັງປິນຂັ້ນໄດບັນດາການກະທຳທີ່ດື້ດຶງໃນຂົງເຂດ.
ບົດປະກອບຄຳເຫັນຂອງ ດຣ I.A. Umnova (ຫົວໜ້າຄະນະຄົ້ນຄວ້າລັດຖະທຳມະນຸນ ແລະ ກົດໝາຍວິທະຍາຄານນິຕິກຳທີ່ຂຶ້ນກັບສານສຸງສຸດສະຫະພາບລັດເຊຍ) ມີຊື່ “ແກ້ໄຂການຍາດແຍ່ງດິນແດນຢູ່ທະເລຕາເວັນອອກດ້ວຍວິທີສັນຕິພາບບົດພື້ນຖານກົດໝາຍສາກົນ” ຢັ້ງຢືນ: ການຍາດແຍ່ງໃນຂົງເຂດຕ້ອງໄດ້ແກ້ໄຂບົນພື້ນຖານເຄົາລົບກົດໝາຍສາກົນ, ໃນນັ້ນມີກົດບັດສະຫະປະຊາຊາດ, ສົນທິສັນຍາສາກົນກ່ຽວກັບກົດໝາຍທະເລປີ 1982, ຖະແຫຼງການປະພືດທຸກຝ່າຍຢູ່ທະເລຕາເວັນອອກ… ເພິ່ນກໍ່ສະເໜີແນະບາງກົນໄກນິຕິກຳສະເພາະເພື່ອແກ້ໄຂໃນນັ້ນມີການຮ້ອງຟ້ອງອອກສານສາກົນສະຫະປະຊາຊາດ, ສານຍຸຕິທຳຂົງເຂດອາຊຽນ, ສານ SCO…, ກໍຄືມາດຕະການທີ່ມີລັກສະນະຫຼັກການກ່ຽວກັບການຮັບປະກັນສັນຕິພາບ ແລະ ຄວາມສະຫງົບຢູ່ທະເລຕາເວັນອອກຄືເລື່ອງບັນດາປະເທດອາຊຽນຍຸ້ແຮງຄວາມວິວັດຜ່ານຊຸດກົດລະບຽບການປະພືດທຸກຝ່າຍຢູ່ທະເລຕາເວັນອອກ ແລະ ໄປໄກກວ່າແມ່ນສົນທິສັນຍາເປັນກາງຢູ່ທະເລຕາເວັນອອກ.
ດຣ . G.M. Lokshin (ສູນກາງຄົ້ນຄ້ວາຫວຽດນາມ ແລະ ອາຊຽນ – ສະຖາບັນວິທະຍາສາດລັດເຊຍ), ໃນບົດປະກອບຄຳເຫັນ “ທະເລຕາເວັນອອກ – ເຕົາໄຟຂອງຄວາມເຄັ່ງຕຶງ” ໄດ້ປະນາມຈີນນໍາໃຊ້ບັນດາມາດຕະການແຂງແຮງຕ້ານຄືນຊາວປະມົງຫວຽດນາມ, ກໍຄືເລື່ອງຜູ້ນຳຈີນຫຼາຍຄົນ, ໂດຍສະເພາະແມ່ນວົງການທະຫານໄດ້ມີບັນດາຖະແຫຼງການທີ່ເປັນປໍລະປັກລົງໃນສື່ມົນຊົນ. ເພິ່ນຢືນຢັນອັນນີ້ນາບຂູ່ຕໍ່ຄວາມໝັນ້ຄົງການເມືອງຂອງຫວຽດນາມເຊິ່ງຕາມເພິ່ນເປັນປະເທດໜຶ່ງທີ່ມີຄວາມໝັ້ນຄົງການເມືອງດີທີ່ສຸດຢູ່ອາຊີຕາເວັນອອກ. ຄຽງຄູ່ກັນນັ້ນ, ເພິ່ນກໍ່ຕີລາຄາວ່າຜູ້ນຳພັກກອມມູນິດຫວຽດນາມໄດ້ສອດຄ່ອງ ແລະ ມີຄວາມຮັບຜິດຊອບຍົກອອກມາດຕະການທັງໝົດທີ່ສາມາດເພື່ອແກ້ໄຂສະພາບຢູ່ທະເລຕາເວັນອອກຢ່່າງມີສັນຕິພາບ, ຜ່ານມາດຕະການການທູດຕ່າງໆ. ດຣ. M.E. Trigubenko (ຊ່ຽວຊານຂັ້ນສູງທີ່ຂຶ້ນກັບສູນກາງຍຸດທະຊາດລັດເຊຍຢູ່ອາຊີ – ສະຖາບັນວິທະຍາສາດລັດເຊຍ), ໃນບົດປະກອບຄຳເຫັນ “ຄວາມເພີ່ມຂຶ້ນການປະທະຢູ່ທະເລຕາເວັນອອກ – ບັນດາການເກາະຜິດອັນໃໝ່ຂອງຈີນ” ໄດ້ວິເຄາະຈະແຈ້ງກົນອຸບາຍຂອງຈີນໃນການຢືດຄອງເຂດດິນແດນທີ່ຍາດແຍ່ງພຽງຜູ້ດຽວຢູ່ທະເລຕາເວັນອອກໃນເວລາມໍ່ໆນີ້. ເພິ່ນສະຕາອ້າງຂອງສາດສະດາຈານປະຫວັດສາດ, ນັກຄົ້ນຄວ້າຫວຽດນາມ Vladimir Kolotov ໃຫ້ວ່າ ຍຸດທະວິທີຂອງຈີນໃນການຢືດຄອງດິນແດນຢູ່ທະເລຕາເວັນອອກເປັນຍຸດທະວິທີມູນເຊື້ອ, ຄືຄຳສຸພາສິດຂອງຈີນແມ່ນ “ກິນດິນຂອງຜູ້ໃກ້ຄຽງຄືໂຕມ້ອນກິນມອນ”. ກ່ຽວກັບການປິ່ນຂັ້ນໄດຄວາມເຄັ່ງຕຶງເວລາຜ່ານມາຂອງຈີນ, ເພິ່ນລະບຸຊາບເລື່ອງຈີນສືບຕໍ່ເກາະຜິດຫວຽດນາມຢູ່ທະເລຕາເວັນອອກຂະນະທີ່ປະຕິບັດບິນທົດລອງທີ່ຜິດກົດໝາຍມາເຖິງາະໜາມບິນຢູ່ຫີນ ຈື໋ເທີບ (ເກາະທຽມແຫ່ງໜຶ່ງທີ່ຈີນກໍ່ສ້າງຜິດກົດໝາຍຢູ່ນີ້). ຄືນັກວິຊາການອື່ນໆຫຼາຍຄົນ, ເພິ່ນສັງເກດຕໍ່ທັດສະນະແຕ່ກ່ອນມານີ້ຂອງຫວຽດນາມທີ່ມີການກ່ຽວຂອງຕໍ່ໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາເວລາໃດກໍເອກະພາບ ແລະ ຫວຽດນາມມີທັງໝົດພື້ນຖານນິຕິກຳທັງ ແລະ ຫຼັກຖານເພື່ອຢັ້ງຢືນອຳນາດອະທິປະໄຕຂອງຕົນ. ຫວຽດນາມເວລາໃດກໍໄປຕາມທິດທາງແກ້ໄຂບັນດາການຍາດແຍ່ງຢູ່ທະເລຕາເວັນອອກດ້ວຍວິທີສັນຕິພາບ.
ໃນບົດປະກອບຄຳຄິດເຫັນ “ບັນດາຄວາມທະທາຍອັນໃໝ່ຢູ່ທະເລຕາເວັນອອກ” ດຣ. V.Mosyakov (ຮອງຜູ້ອຳນວຍການສະຖາບັນຄົ້ນຄວ້າພາກຕາເວັນອອກ – ສະຖາບັນວິທະຍາສາດແຫ່ງລັດເຊຍ) ໃຫ້ທັດສະນະວ່າ ໄດ້ມີການຫຼອກລວງ ແລະ ເວົ້າເກີນຈິງຢ່າງຮ້າຍແຮງຈາກໂຄສົກກະຊວງການຕາງປະເທດຈີນ ຮວາຊວນອ໋າງ ຂະນະທີ່ຖະແຫຼງວ່າຈີນກໍ່ສ້າງບັນດາເກາະທຽມຢູ່ທະເລຕາເວັນອອກແມ່ນນອນຢູ່ໃນເຂດຈຳກັດອຳນາດອະທິປະໄຕຂອງຈີນ, ກໍຄືນບັນດາການອອກສຽງອື່ນຂອງຜູ່ຕ່າງໜ້າທາງການຂອງອຳນາດການປົກຄອງຈີນເວົ້າວ່າ ຈີນເຮັດບັດດາສິ່ງນີ້ທັງໝົດແມ່ນເພື່ອຊີວິດການເປັນຢູ່ຂອງປະຊາຊົນ ແລະ ຈຸດປະສົງສັນຕິພາບ. ເພິ່ນລະບຸຊາບວ່າ ຈີນບໍ່ເຄົາລົບ ແລະ ບໍ່ປະຕິບັດບັນດາຂໍ້ຕົກລົງສອງຝ່າຍລະຫວ່າງຈີນ ແລະ ຫວຽດນາມ. ຕົວຢ່າງຄືການຕົກລົງບໍ່ມີຝ່າຍໃດໄດ້ມີບັນດາການກະທຳທີ່ສາມາດເຮັດໃຫ້ສະພາບສັບສົນຕື່ມອີກ, ບໍ່ເຂົ້າຮ່ວມການສົນຖະນາກ່ອນກັບຝ່າຍທີສາມ ( ໃນການຢ້ຽມຢາມຈີນຂອງເລຂາທິການໃຫຍ່ພັກກອງມູນິດຫວຽດນາມ ຫງວຽນຝູ໋ຈ້ອງເວລາເດືອນພະຈິກປີ 2011) ຫຼືຖະແຫຼງການຂອງປະທານຈີນ ຮູຢິນຕາວໃນການພົບປະກັບປະທານຫວຽດນາມ ເຈືອງເຕີ໋ນຊາງໃນເວລາມີຂຶ້ນກອງປະຊຸມໃຫຍ່ສຸດຍອດ APEC ຢູ່ Vladivostok ເດືອນກັນຍາ ປີ 2011: “ຈີນ ແລະ ຫວຽດນາມຕ້ອງໃຈເຢັນ ແລະ ສະແດງການອົດທົນໃຈໃນບັນຫາທະເລຕາເວັນອອກ, ຜ່ານໄປການຍາດແຍ່ງ ແລະ ເລີ່ມຕົ້ນພ້ອມກັນຂຸດຂົ້ນ”. ເພິ່ນສະແດງຄວາມວິຕົກກັງວົນເລື່ອງຈີນເປີດກວ້າງບັນດາເກາະ ແລະ ກໍ່ສ້າງບັນດາໂຄງການຢູ່ນັ້ນເຊິ່ງເຫັນເປັນບັນດາເກາະນີ້ເປັນທີ່ໝັ້ນທະຫານຢ່າງງ່າຍດາຍ ( ຄືແບບບັນດາກຳປັ່ນມີສະໜາມບິນບໍ່ຈົ່ມ) ແລະ ເປັນການນາບຂູ່ເກີດການປະທະຢູ່ຂົງເຂດທະເລຕາເວັນອອກ.
ກໍ່ມີທັດສະນະວິຕົກກັງວົນຄືກັນກັບບັນດາການເຄື່ອນໄຫວທີ່ປິ່ນຂັ້ນໄດຂອງຈີນ, ດຣ. T.A. Neelova (ສູນກາງຍຸດທະສາດແຫ່ງລັດເຊຍຢູ່ອາຊີ – ສະຖາບັນວິທະຍາສາດລັດເຊຍ) ໃນບົດປະກອບຄຳຄິດເຫັນ “ຈີນເຫັນເປັນການທະຫານທະເລຕາເວັນອອກ” ໄດ້ຍົກອອກການຄາດຄະເນຂອງບັນດານັກການທູດ ແລະ ນັກວິຊາການສາກົນກ່ຽວກັບການກະທໍາແລະ ກໍ່ສ້າງບັນດາໂຄງການທີ່ຄົງຕົວຍາວນານຢູ່ບັນດາເກາະທຽມ ແລະ ເກາະທີ່ຈີນຢືດຄອງຜິດກົດໝາຍຢູ່ໝູ່ເກາະຮວ່າງຊາ. ເພິ່ນສະຕາອ້າງຂອງນັກວິຊາການ Ian Storey ຢູ່ ISEAS ຂອງສິງກາໂປວ່າ ຈີນຈະສົ່ງອາວຸດມາສູ່ເຈື່ອງຊາໃນລະຫວ່າງ 1 – 2 ປີຕໍ່ໜ້າຢ່ງໄວວາ ແລະ “ສິ່ງນີ້ຈະຊ່ວຍຈີນປັບປຸງການຮຽກທວງອຳນາດອະທິປະໄຕທີ່ຜິດກົດໝານຂອງເຂົາເຈ້າດ້ວຍການກະທຳສະເພາະຕ່າງໆ”.
ຜູ້ແຕ່ງ A. Svetov (ນັກວິຊາການຮັບຜິດຊອບກ່ຽວກັບການພົວພັນກັບບັນດາອົງການຈັດຕັ້ງຂອງລັດຖະບານ ແລະ ສື່ມວນຊົນທີ່ຂຶ້ນກັບສະພາລັດເຊຍກ່ຽວກັບບັນຫາສາກົນ) ໃນບົດປະກອບຄຳຄິດເຫັນ “ຍຸດທະຊາດການທູດ ແລະ ເຄື່ອງມືຕ່າງໆຂອງບັນດາປະເທດໜ້ອຍຢູ່ທະເລຕາເວັນອອກ” ໄດ້ຢືນຢັນການເສຍຄວາມໄວ້ວາງໃຈຂອງບັນດາປະເທດອາຊີຕາເວັນອອກຕໍ່ຈີນ ແລະ ໃຫ້ວ່າ ຈີນບໍ່ກ່ຽມພ້ອມຮັບເອົາບັນດາປະເທດນີ້ຢ່າງມີສະເໝີພາບ, ບັນດາປະເທດນີ້ບໍ່ສາມາດມຸງຫວັງເຂົ້າເລື່ອງຈີນເຄົາລົບຜົນປະໂຫຍດຂອງຕົນ. ເພິ່ນສະເໜີແນະຫວຽດນາມຕ້ອງເພີ່ມອັນຄວາມຕອບໂຕ້ໃຫ້ແກ່ພວກຮຸກຮານ ແລະ ຮັບປະກັນຄວາມສາມາດຢ່າງພຽງພໍເພື່ອສາມາດເອົາມາບັນດາຜົນເສຍຫາຍທີ່ພວກຮຸກຮານຮູ້ສຶກບໍ່ຕ້ອງຮັບເອົາຂະນະທີ່ກຳລັງແຮງເພື່ອແກ້ໄຂການປະທະ.
ຈາກບັນດາການວິເຄາະກ່ຽວກັບຜົນຢ້ອນຫຼັງທີ່ຮ້າຍແຮງ ແລະ ຄວາມສ່ຽງເກີດການປະທະຢູ່ທະເລຕາເວັນອອກໂດຍບັນດາການກະທຳທີ່ຜິດກົດໝາຍຂອງຈີນ, ບັນດານັກວິຊາການລ້ວນແຕ່ໃຫ້ວ່າມາດຕະການທີ່ດີທີ່ສຸດເພື່ອແກ້ໄຂບັນດາການຍາດແກ່ງຢູ່ທະເລຕາເວັນອອກແມ່ນຜ່ານການເຈລະຈາ, ເຄົາລົບກົດໝາຍສາກົນໂດຍສະເພາະແມ່ນສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍທະເລປີ 1982 ແລະ ຖະແຫຼງການກ່ຽວກັບການປະພືດຂອງທຸກຝ່າຍຢູ່ທະເລຕາເວັນອອກ (DOC) ກໍຄືບັນດາປະເທດອາຊຽນຕ້ອງຜ່ານຊຸດກົດລະບຽບການປະພືດທຸກຝ່າຍຢູ່ທະເລຕ່ເວັນອອກເປັນພື້ນຖານນິຕິກຳມີລັກສະນະຫຼັກການເພື່ອແກ້ໄຂບັນດາການຍາດແຍ່ງ.